1. ຂັ້ນຕອນການຜະລິດ:
1.1 ຂັ້ນຕອນການຂົບວັດຖຸດິບ: ຫີນປູນ, ດິນໜຽວ,
ດິນຊາຍພູ, ຖ່ານຫີນ, ຫີນກາວ ຈະຖືກຂົບໃຫ້ມຸ່ນໄດ້ຂະໜາດເປັນ
ກ້ອນທີ່ກຳນົດໄວ້
ແລ້ວນຳສົ່ງໄປເກັບມ້ຽນຢູ່ໃນສາງຮົ່ມ, ຖັງໄຊໂລ້ ແລະ
ສາງກາງແຈ້ງ.
.JPG) .JPG)
1.2 ຂັ້ນຕອນການປະສົມສະເໝີ: ຫີນປູນ ແລະ ດິນໜຽວ
ຈະຖືກນຳໄປປະສົມສະເໝີເຂົ້າກັນຕາມອັດຕາສ່ວນ
ທີ່ຫ້ອງ
ວິໄຈກຳນົດໄວ້ ແລ້ວສົ່ງໄປເກັບມ້ຽນຢູ່ໃນສ້າງຮົ່ມ
ແລະ ຖັງໄຊໂລ້ ຫີນປູນຂົບສົດຈຳນວນໜື່ງທີ່ໄດ້ຂົບແລ້ວນັ້ນ
ກໍ່ເອົາໄປ
ປະສົມສະເໝີ ປະໄວ້ໃນສາງກາງແຈ້ງ.
.JPG)
1.3 ຂັ້ນຕອນການບົດວັດຖຸດິບໃຫ້ເປັນແປ້ງ:
ວັດຖຸດິບປະສົມ (ຫີນປູນ, ດິນໜຽວ) ອອກຈາກສາງ ແລະ
ຖັງໄຊໂລ້ ຖືກນຳສົ່ງເຂົ້າໄປສູ່ຈັກບົດວັດຖຸດິບ
ດ້ວຍສາຍພານລຳລຽງ ເພື່ອບົດໃຫ້ເປັນແປ້ງ
ແລ້ວສົ່ງເຂົ້າໄປເກັບມ້ຽນໄວ້ໃນ ຖັງແປ້ງ
ວັດຖຸດິບປະສົມ.
.JPG)
1.4 ຂັ້ນຕອນການເຜົາ:
ແປ້ງວັດຖຸດິບອອກຈາກຖັງໄຊໂລ້ຖືກນຳສົ່ງດ້ວຍລະບົບແຮງດັນລົມສົ່ງເຂົ້າໄປສູ່ເຕົາເຜົານອນທີ່
ມີເສັ້ນຜ່າໃຈກາງ 03 ແມັດ, ຍາວ 48 ແມັດ,
ຢູ່ໃນເຕົາເຜົານອນນີ້ແປ້ງວັດຖຸດິບຈະຖືກອົບໃຫ້ແຫ້ງ ແລະ
ຖືກເຜົາໃໝ້ (ເກີດການກະທົບແລກທາດ ແລະ ການກະທົບເຄມີ)
ດ້ວຍພະລັງງານເຊື້ອເພິງຖ່ານຫີນ ຈົນກາຍເປັນກະລິງເກີ
(Clinker ຫຼືວັດຖຸເຄິ່ງສຳເລັດຮູບ) ພາຍໃຕ້ອຸນນະພູມສູງ
ປະມານ 1.450 ອົງສາ, ກະລິງເກີສົ່ງໄປເກັບມ້ຽນໄວ້ໃນຖັງ.
.JPG)
.jpg)
1.5 ການບົດຊີມັງ:
ໃນຂະບວນການຜະລິດ ແລະກ່ອນການສົ່ງອອກຈຳໜ່າຍ
ຕ້ອງຜ່ານການທົດລອງ:
ທາງດ້ານເຄມີ ແລະຟີຊິກ ຢ່າງເຂັ້ມງວດ.
.jpg)
ຂະບວນການບົດເປັນຊີມັງ
.JPG)
1.5.1 ການບົດຊີມັງ ປະເພດ (ASTM C-150)
ກະລິງເກີ ແລະ ຫີນກາວ
ນຳສົ່ງເຂົ້າໄປຈັກບົດຊີມັງຕາມອັດຕາສ່ວນທີ່ກຳນົດໄວ້,
ກະລິງເກີ ແລະ ຫີນກາວຖືກບົດ
ໃຫ້ກາຍເປັນຝຸ່ນຊີມັງວັດຖຸດິບ ຊຶ່ງເຮົາເອີ້ນວ່າ: ຊີມັງ
ແລະ ສົ່ງເຂົ້າໄປເກັບມ້ຽນໃນຖັງຊີມັງ 02 ຖັງ
ປະລິມານບັນຈຸ ທັງ
ໝົດ 4.000 ໂຕນ

1.5.2 ການບົດຊີມັງ P 32.5 ແລະຊີມັງປະສົມສີຂຽວ Mixed
Cement
ກະລິງເກີ, ຫີນກາວ ແລະ
ວັດຖຸປະກອບນຳສົ່ງເຂົ້າໄປສູ່ຈັກບົດຊີມັງຕາມອັດຕາສ່ວນທີ່ນຳນົດໄວ້.
ກະລິງເກີ, ຫີນກາວ ແລະ ວັດຖຸປະກອບຖືກບົດໃຫ້ກາຍເປັນຝຸ່ນ
ຫຼືແປ້ງ ຊຶ່ງເຮົາເອີ້ນວ່າ: ຊີມັງ
ແລ້ວສົ່ງເຂົ້າໄປເກັບມ້ຽນໃນຖັງຊີມັງ 02 ຖັງ
ປະລິມານບັນຈຸທັງໝົດ 4.000 ໂຕນ
ເພື່ອລໍຖ້າຂັ້ນຕອນບັນຈຸຕໍ່ໄປ.

1.6 ການຫຸ້ມຫໍ່:
ຊີມັງຝຸ່ນຖືກສົ່ງອອກຈາກຖັງເຂົ້າໄປຫາຈັກຫຸ້ມຫໍ່
ເພື່ອຮ່າຍໃສ່ເປົ໊າ ເປົ໊າລະ 50
± 1Kg
ແລ້ວລຳລຽງຂື້ນໃສ່ລົດຂົນສົ່ງ
ເພື່ອສົ່ງໄປໃຫ້ລູກຄ້າທົ່ວໄປຕາມການສັ່ງ.
ສຳລັບລູກຄ້າທີ່ເປັນໂຮງງານຄອນກຣີດປະສົມແຫຼວ
ພວກເຮົາໄດ້ນຳໃຊ້ ລົດບັນ
ທຸກຊີມັງຝຸ່ນຂະໜາດ 12 ໂຕນ ແລະ
22 ໂຕນ ຂົນສົ່ງເຖິງໂຮງງານຄອນກຣີດປະສົມແຫຼວໂດຍກົງ
ຊຶ່ງມີລະບົບຖັງເກັບ
ມ້ຽນສະເພາະ ຂະໜາດ 75 - 100 ໂຕນ /
ຖັງ.
.JPG)
|